
ວິທີສະໝັກແອັບໃຊ້ງານ LOCA ບໍລິການແທັກຊີອອນລາຍ ແບບງ່າຍໆ
ໃນບົດຄວາມນີ້ ທີມງານໂລກ້າຂອງພວກເຮົາຈະມາແນະນໍາວິທີການດາວໂຫລດ ແລະ ສະໝັກໃຊ້ງານບໍລິການ LOCA ແບບງ່າຍໆ ທີ່ໃຜໆກໍ່ສາມາດເຮັດໄດ້ ພຽງແຕ່ເຮັດຕາມຂັ້ນຕອນດັ່ງລຸ່ມນີ້:
ກ່ອນອື່ນຂັ້ນຕອນທໍາອິດ ຕ້ອງດາວໂຫລດກ່ອນ ດ້ວຍການເຂົ້າໄປທີ່ www.loca.la/download ຫຼືຄົ້ນຫາຄໍາວ່າ LOCA LAO ໃນ AppStore ແລະ Playstore
ຕໍ່ມາຂັ້ນຕອນທີສອງກໍ່ເປີດແອັບຂຶ້ນມາ ແລ້ວກົດ Sign up
ຕໍ່ໄປກໍ່ພຽງແຕ່ກອກຂໍ້ມູນໃສ່ໃຫ້ຖືກຕ້ອງ
ຖ້າທ່ານຕ້ອງການໄດ້ຮັບເງິນໂບນັດ 15,000ກີບ ຫຼັງຈາກການໃຊ້ບໍລິການຄັ້ງທໍາອິດ ທ່ານສາມາດໃສ່ລະຫັດໂປຼໂມຊັ່ນທາງລຸ່ມນີ້ໄດ້
ຫຼັງຈາກຄົບແລ້ວກໍ່ກົດ Create Account ເພື່ອສ້າງບັນຊີຂອງທ່ານ, ແລ້ວທ່ານໄດ້ຢືນຢັນເບີໂທລະສັບຂອງທ່ານດ້ວຍລະຫັດ 4ໂຕເລກທີ່ທາງບໍລິສັດສົ່ງໃຫ້ຜ່ານ SMS
ຫຼັງຈາກໃສ່ລະຫັດ 4ໂຕເລກໃນການຢືນຢັນສໍາເລັດແລ້ວ ກໍ່ຖືວ່າເປັນການສໍາເລັດການລົງທະບຽນນໍາໃຊ້ບໍລິການ LOCA