
ຫາເງິນ $300-$600 ຕໍ່ເດືອນ ແບບງ່າຍໆ ກັບບໍລິການ LOCA
ຫລາຍຄົນທີ່ເຫັນບໍລິການ LOCA ແລະ ສົນໃຈທີ່ຢາກຂັບລົດໃຫ້ບໍລິການ LOCA ອາດຈະສົງໃສວ່າ ຈະສະໝັກຂັບລົດໃຫ້ກັບ LOCA ເພື່ອຫາລາຍໄດ້ເສີມ $300-$600 ຕໍ່ເດືອນໄດ້ແນວໃດ ມື້ນີ້ທີມງານພວກເຮົາມີຄໍາຕອບດ້ວຍບົດຄວາມນີ້. ຫຼັງຈາກອ່ານຈົບ ພວກເຮົາໝັ້ນໃຈວ່າທ່ານຈະສາມາດເຂົ້າໃຈຂັ້ນຕອນການສະໝັກແນ່ນອນ.
ຂັ້ນຕອນທີ 1: ອ່ານລາຍລະອຽດ ເງື່ອນໄຂ ທັງໝົດກ່ອນສະໝັກ
ເງືອນໄຂມີດັ່ງນີ້
- ທ່ານຕ້ອງເປັນຄົນມະນຸດສໍາພັນດີ ແລະມີອາຍຸ 20ປີຂຶ້ນໄປ ແລະ ພວກເຮົາບໍ່ຈໍາກັດເພດ
- ທ່ານຕ້ອງມີລົດໃຫຍ່ເປັນຂອງຕົນເອງ ເຊິ່ງເປັນ ລົດເກັງ, ເກັງນ້ອຍ, ຈິບ, ກະບະ 4ປະຕູ ທີ່ມີສະພາບດີ ແລະ ສະອາດ
- ທ່ານຕ້ອງມີເອກະສານການຂັບຂີ່ທີ່ຄົບຖ້ວນ (ສໍາຄັນຫລາຍ) ເຊັ່ນ:ຖະບຽນລົດ, ໃບເສຍຄ່າທາງ, ກວດກາເຕັກນິກ, ປະກັນໄພ ແລະ ໃບຂັບຂີ່
ຂັ້ນຕອນທີ 2: ການປະກອບເອກະສານເຂົ້າສະໝັກເປັນຄົນຂັບ
ຫຼັງຈາກເອກະສານ ແລະ ເງືອນໄຂຂອງທ່ານມີຄົບທຸກຂໍ້ແລ້ວ ຂັ້ນຕອນຕໍ່ໄປກໍ່ຄືນການສະໝັກ, ການສະໝັກແມ່ນມີດັ່ງລຸ່ມນີ້
- ດາວໂຫລດແບບຟອມທີ່ https://www.loca.la/assets/RequestFORM.pdf
- ຕື່ມແບບຟອມ ແລ້ວເຊັນພ້ອມປະທັບກາຈາກນາຍບ້ານທີ່ຕົນເອງເປັນລູກບ້ານ
ຂັ້ນຕອນທີ 3: ການມາຍື່ນໃບສະໝັກເປັນຄົນຂັບ
- ນໍາຟອມທີ່ຕົນເອງເຊັນຜ່ານນາຍບ້ານເຂົ້າມາທີ່ຫ້ອງການຂອງພວກເຮົາ ຫ້ອງການຂອງພວກເຮົາຕັ້ງຢູ່ທີ່ ບ້ານ ໂພນສະອາດ ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ
- ກຽມເອກະສານຕິດຂັດສະບັບຂອງແທ້ມານໍາ ເຊິ່ງມີດັ່ງລຸ່ມນີ້
- ບັດປະຈຳຕົວ (ຫລື Passport)
- ສຳມະໂນຄົວ
- ຖະບຽນລົດ
- ໃບຂັບຂີ່
- ໃບເສຍຄ່າທາງ
- ກວດກາເຕັກນິກ
- ປະກັນໄພ
ຂັ້ນຕອນທີ 4: ລໍຖ້າການກວດສອບ 24ຊົວໂມງ
ໃນຂັ້ນຕອນນີ້ຜູ້ສະໝັກຈະໄດ້ລໍຖ້າໃຫ້ທີມງານກວດສອບຄວາມຖືກຕ້ອງ ເຊິ່ງຈະໃຊ້ເວລາປະມານ 24ຊົວໂມງ ຫຼັງຈາກນັ້ນທີມງານຈະແຈ້ງຫາຜູ້ສະໝັກ ກ່ຽວກັບການອະນຸມັດ ຫລື ບໍ່ອະນຸມັດ
ຂັ້ນຕອນທີ 5: ຂັ້ນຕອນຫລັງການອະນຸມັດ
ຖ້າຜູ້ສະໝັກໄດ້ຮັບການອະນຸມັດ ທີມງານພວກເຮົາຈະຕິດຕໍ່ຫາຜູ້ສະໝັກເພື່ອຂໍຮູບ Profile, ຮູບລົດ, ເລກບັນຊີທະນາຄານການຄ້າຕ່າງປະເທດລາວ ຫລື BCEL
ນອກນັ້ນ ທາງທີມງານຍັງຈະສົ່ງວິດີໂອສາທິດການນໍາໃຊ້ງານລະບົບໃຫ້ຜູ້ສະໝັກໄດ້ເບິ່ງກ່ອນ ເພື່ອທໍາຄວາມເຂົ້າໃຈການຂັບຕົວຈິງ, ຫລັງຈາກນັ້ນ ທາງທີມງານຈະສົ່ງ ID ແລະ ລະຫັດຜ່ານເພື່ອໃຊ້ຮ່ວມກັບແອັບ LOCA Driver.
ໝາຍເຫດ: ຄົນຂັບຫລາຍຄົນອາດຈະຕ້ອງຜ່ານການເຝິກອົບຮົມຕົວຈິງ ໂດຍນໍາພາໂດຍທີມງານຂອງ LOCA
ໂທ ແລະ Whatsapp: 02098111129
ວິດີໂອຕົວຢ່າງຂອງການຂັບລົດໃຫ້ໂລກ້າ